ດູກຂ້າງນ້ຳແດງ

ລົດຊາດສົ້ມຫວານ ມີຫົວກະລັອດເພີ່ມຄວາມນຸ້ມແລະຫອມດ້ວຍຫົວຫອມໃຫຍ່ຂົ້ວ. ກິນກັບເຂົເາຈ້າວຮ້ອນໆແມ່ນແຊບສຸດ.
ດູກຂ້າງນ້ຳແດງ
ລົດຊາດສົ້ມຫວານ ມີຫົວກະລັອດເພີ່ມຄວາມນຸ້ມແລະຫອມດ້ວຍຫົວຫອມໃຫຍ່ຂົ້ວ. ກິນກັບເຂົເາຈ້າວຮ້ອນໆແມ່ນແຊບສຸດ.
Steps
- 1
ເອືອບດູກຂ້າງໝູດ້ວຍເກືອ ແລະ ຊີອິວຂາວ. ພັກໄວ້ 30ນາທີໃຫ້ເຄື່ອງປຸງຊືມເຂົ້າເນື້ອ.
- 2
ປອກແລະຫັ່ນຫົວກະລັອດເປັນຕ່ອນ. ຫັ່ນຫົວຫອມເປັນຕ່ອນຄືກັນ. ແຕ່ບໍ່ເອົາມາປົນກັນ.
- 3
ກຽມນ້ຳສຳລັບຮຸ່ມດູກຂ້າງ. ໃສ່ເກືອ, ນ້ຳມັນຫອຍ, ຊີອິວຂາວ, ພິກໄທ, ຊອດໝາກເລັ່ນ ແລະ ນ້ຳດື່ມ. ຄົນໃຫ້ເຂົ້າກັນ.
- 4
ຕັ້ງເຕົານ້ຳມັນສຳລັບຈືນດູກຂ້າງໝູ. ຈືນດູກຂ້າງດ້ວຍໄຟແຮງ. ພໍແຕ່ຊີ້ນປ່ຽນສີເປັນສີນ້ຳຕານອ່ອນກໍໃຫ້ເອົາອອກຈາກເຕົາ ເພື່ອສະເດັດນ້ຳມັນ.
- 5
ຈືນກະລັອດໃນນ້ຳມັນດ້ວຍໄຟແຮງ. ສັງເກດເບິ່ງຂອບຂອງກະລັອດ ຖ້າເລີ້ມປ່ຽນສີກໍໃຫ້ເອົາຂຶ້ນສະເດັດນ້ຳມັນ.
- 6
ຕັ້ງເຕົາແລະຂາງໝໍ້ສຳລັບຮຸ່ມດູກຂ້າງ. ໃສ່ນ້ຳມັນນ້ອຍນຶ່ງ. ພໍໝໍ້ຮ້ອນຈິ່ງໃສ່ຫົວຜັກບົ່ວໃຫຍ່. ຂົ້ວຈົນໄດ້ກິ່ນຫອມ ແລະ ສີຂອງຫົວຜັກເລີ້ມປ່ຽນ.
- 7
ເອົາດູກຂ້າງທີ່ຈືນແລ້ວລົງ.
- 8
ຈາກນັ້ນໃສ່ນ້ຳສຳລັບຮຸ່ມດູກຂ້າງທີ່ໄດ້ກຽມໄວ້ລົງໃສ່ໝໍ້.
- 9
ສັງເກດເບິ່ງພາຍໃນໝໍ້. ຖ້ານ້ຳຍັງບໍ່ຖ້ວມຕ່ອນດູກຂ້າງ ໃຫ້ຕື່ມນ້ຳດື່ມໃສ່ຈົນກວ່າຈະຖ້ວມ. ຮຸ່ມດ້ວຍໄຟປານກາງ. ໝັ່ນຄົນເພື່ອບໍ່ໃຫ້ຕິດກົ້ນໝໍ້. ຂັ້ນຕອນນີ້ໃຊ້ເວລາປະມານນຶ່ງຊົ່ວໂມງຫາຊົ່ວໂມງເຄິ່ງ.
- 10
ເມື່ອສັງເກດເຫັນວ່າຊີ້ນເລີ້ມອ່ອນແລ້ວ ໃຫ້ໃສ່ກະລັອດຈືນລົງໄປ. ປະໄວ້ປະມານ 15-20ນາທີ.
- 11
ປະສົມແປ້ງສາລີກັບນ້ຳດື່ມ.
- 12
ເມື່ອກະລັອດອ່ອນແລ້ວ ເອົາແປ້ງທີ່ປະສົມນ້ຳແລ້ວລົງ. ຄົນຈົນແປ້ງສຸກ ຈຶ່ງມອດເຕົາ.
- 13
ແລ້ວລະເດີ້. ຂໍໃຫ້ກິນເຂົ້າແຊບໆເດີ້.
Similar Recipes
More Recipes
-

Durreshahwar Khan
-

Muniswari.G
-

Oven-roasted chicken drumsticks
Sarvat Hanif
-

Namrata’s Signature Baingan Anda Recipe
Namrata sarmah
-

culinarycubit
-

Bina Anjaria
-

Shilpa Shah
-

Green Raw Papaya Peanuts Zesty Crunchy Salad
Manisha Sampat
-

Onyxa Mix
-

Pasta with Creamy Garlic Butter Alfredo Sauce and Shrimp
Elizabeth Millard
-

alley927cat
-

Pawon Indo Bule
-

Boca de Fogo
-

Elizabeth Millard
-

Arachana Suraj Khandelwal
-

Nkeiruka Obiageri Obiagwu
-

Bibhasini Patra
-

Arachana Suraj Khandelwal
-

Arachana Suraj Khandelwal
-

Reena Andavarapu
-

wanjiku nguru(Shiezy)
-

Kalpana Solanki
-

Manisha shaw
-

Kashish Sandeep Bhatia















Comments